ທຸກຈັງຫວະຫາຍໃຈໃນສະໜາມ ຄືການເດີນໜ້າຕໍ່ໄປ…

ນັດນີ້ພວກເຮົາຄິດວ່າກຽມທີມມາດີ ແຕ່ຍັງບໍ່ດີພໍ ໃນນັດທີ 05 ຂອງພວກເຮົາ, ຈັງຫວະທີ່ພວກເຮົາຈົບໄດ້ ຈົບບໍ່ໄດ້ ຈັງຫວະທີ່ບໍ່ຄວນເສຍ ແຕ່ເຮົາເສຍ.

ກ່ອນເລີ່ມລົງສະໜາມ ພວກເຮົາຫວັງເກັບແຕ້ມກັບບ້ານ ແຂວງວຽງຈັນເຮົາ ພົບກັບທີມນະຄອນຫລວງ ທີ່ມີໂຄຈປະສົບການສູງໃນວົງການບານເຕະລາວ ບວກກັບການເສີມທັບອ້າຍນ້ອງເຮົາຕື່ມ ແຕ່ຕຳແຫນ່ງການຫລີ້ນຍັງບໍ່ເຂົ້າກັນ.

ການຢືນຕຳແໜ່ງພວກເຮົາມື້ນີ້ເຮັດໄດ້ດີ ແຕ່ເສຍບານງ່າຍເກີນໄປ ເຮັດໃຫ້ຕ້ອງໄລ່ເກັບບານມາຄອງ ແຕ່ໄດ້ຄອງບານແລ້ວ ກັບເສຍງ່າຍ ຂໍ້ຜິດພາດເຫຼົ່ານີ້ ພວກເຮົາຕ້ອງຮີບປັບປຸງ.

ການຝຶກຊ້ອມທີມເວີກ ( Team Work ) ພວກເຮົາຕ້ອງໄດ້ຝຶກຊ້ອມຫລາຍຂື້ນ

ພວກເຮົາເສຍນັດນີ້ ຈະບໍ່ໃຊ້ຄຳວ່າ ” ເອົາປະສົບການ “ ອີກແລ້ວ ນີ້ຄືການແຂ່ງຂັນແທ້ ບໍ່ແມ່ນການລອງທີມ ແຕ່ເປັນການຕໍ່ສູ້ໃນເສັ້ນທາງບານເຕະຂອງລີກອັນດັບ2 ຂອງປະເທດ.

ຂອບໃຈກຳລັງໃຈທີ່ດີ ຈາກພີ່ນ້ອງຊາວແຂວງວຽງຈັນ ແລະ ທຸກໆຄົນ ແລ້ວພວກເຮົາຈະກັບມາໃນນັດຕໍ່ໄປ.

ການແຂ່ງຂັນ ວຽງຈັນ ເອັຟຊີ VIENGCHANH FC – VFC ຈະແຂ່ງຂັນໃນວັນເສົາ ເວລາ 16.00 ທີ່ສະໜາມກິລາບານເຕະຫ້ວຍຫົງ 01

ແລ້ວພົບກັນ…!!!

VFC ເລືອດນັກສູ້ຫລານປູ່ອ່າງຄຳ.