ທຸກຈັງຫວະຫາຍໃຈໃນສະໜາມ ຄືການເດີນໜ້າຕໍ່ໄປ…

ນັດນີ້ພວກເຮົາຄິດວ່າກຽມທີມມາດີ ແຕ່ຍັງບໍ່ດີພໍ ໃນນັດທີ 05 ຂອງພວກເຮົາ, ຈັງຫວະທີ່ພວກເຮົາຈົບໄດ້ ຈົບບໍ່ໄດ້ ຈັງຫວະທີ່ບໍ່ຄວນເສຍ ແຕ່ເຮົາເສຍ.

ກ່ອນເລີ່ມລົງສະໜາມ ພວກເຮົາຫວັງເກັບແຕ້ມກັບບ້ານ ແຂວງວຽງຈັນເຮົາ ພົບກັບທີມນະຄອນຫລວງ ທີ່ມີໂຄຈປະສົບການສູງໃນວົງການບານເຕະລາວ ບວກກັບການເສີມທັບອ້າຍນ້ອງເຮົາຕື່ມ ແຕ່ຕຳແຫນ່ງການຫລີ້ນຍັງບໍ່ເຂົ້າກັນ.

ການຢືນຕຳແໜ່ງພວກເຮົາມື້ນີ້ເຮັດໄດ້ດີ ແຕ່ເສຍບານງ່າຍເກີນໄປ ເຮັດໃຫ້ຕ້ອງໄລ່ເກັບບານມາຄອງ ແຕ່ໄດ້ຄອງບານແລ້ວ ກັບເສຍງ່າຍ ຂໍ້ຜິດພາດເຫຼົ່ານີ້ ພວກເຮົາຕ້ອງຮີບປັບປຸງ.

ການຝຶກຊ້ອມທີມເວີກ ( Team Work ) ພວກເຮົາຕ້ອງໄດ້ຝຶກຊ້ອມຫລາຍຂື້ນ

ພວກເຮົາເສຍນັດນີ້ ຈະບໍ່ໃຊ້ຄຳວ່າ ” ເອົາປະສົບການ “ ອີກແລ້ວ ນີ້ຄືການແຂ່ງຂັນແທ້ ບໍ່ແມ່ນການລອງທີມ ແຕ່ເປັນການຕໍ່ສູ້ໃນເສັ້ນທາງບານເຕະຂອງລີກອັນດັບ2 ຂອງປະເທດ.

ຂອບໃຈກຳລັງໃຈທີ່ດີ ຈາກພີ່ນ້ອງຊາວແຂວງວຽງຈັນ ແລະ ທຸກໆຄົນ ແລ້ວພວກເຮົາຈະກັບມາໃນນັດຕໍ່ໄປ.

ການແຂ່ງຂັນ ວຽງຈັນ ເອັຟຊີ VIENGCHANH FC – VFC ຈະແຂ່ງຂັນໃນວັນເສົາ ເວລາ 16.00 ທີ່ສະໜາມກິລາບານເຕະຫ້ວຍຫົງ 01

ແລ້ວພົບກັນ…!!!

VFC ເລືອດນັກສູ້ຫລານປູ່ອ່າງຄຳ.

ເສີມກາງ!! ຫວັງຜົນໄລຍະຍາວ…

ພິດສະຫວາດ ໄຊຍະວົງ ຫຼື ກັອບປີ່ ອາຍຸ 19 ປີ, ເກີດເມືອ 30 ພະຈິກ 2000 ທີ່ ບ້ານນາເຄືອ ເມືອງວຽງຄຳ ແຂວງວຽງຈັນ, ກຳລັງສຶກສາຢູ່ວິທະຍາໄລເຕັກນິກແຂວງວຽງຈັນ,

ກອງກາງດາວຮຸ່ງ ວຽງຈັນ ເອັຟຊີ ເຂົ້າຮ່ວມສະໂມສອນໃນໄລຍະເປີດຕະຫຼາດນັກເຕະ, ເຊິ່ງໄດ້ຮັບໂອກາດໃນນັດທີ່ສາມາດເອົາຊະນະ ທຣີນີຕີ ໃນວັນເສົາທີ່ຜ່ານມາ 3-2.

ກັອບປີ່ ເປັນຜູ້ຫຼີ້ນຮູບຮ່າງນ້ອຍ ແຕ່ມີພອນສະຫວັນ ແລະ ທັກສະ ໃນການແທງບານຫາປີກ ແລະ ໜ້າ ເພື່ອສ້າງເກມບຸກໃຫ້ກັບທີມມີຫຼາກຫຼາຍສີສັນຂື້ນ.

ຜ່ານມາເຄີຍຫຼີ້ນໃຫ້ກັບທີມຫ້ອງການເມືອງ ໃນລາຍການແຂ່ງຂັນລະດັບຕ່າງໆຂອງເມືອງ ແລະ ສະໂມສອນພ້ອມຕໍ່ຍອດໃນການສ້າງໂອກາດ ແລະ ເວທີ ໃຫ້ໄດ້ຜູ້ກ່ຽວໄປໂລດແລ່ນໃນເວທີລະດັບຕ່າງໆຕໍ່ໄປ…